ພະລັງງານ ແລະ ບໍ່ແຮ່
01-12- 2020 1
rt]a''ko c]t [+cij
ໜັງສືພິມລາຍປັກ (ແຈກລ້າ)
01
ປີທີ 3 ສະບັບທີ 65
021 414408, ແຟັກ: 021 451036 Facebook: ສູນ ຂ່າວ ພະ ລັງ ງານ ແລະ ບໍ່ ແຮ່ MEM.GOV.LA
ທັນ ວາ 2020 ວັນອັງ ຄານ
ພາບ: ສົມ ສະ ໜຸກ ທອງ ສະ ຫງວນ. ຂ່າວ: ຄຳ ແສງ ແກ້ວ ປະ ເສີດ. ກວດ ແກ້ຂ່າວໂດຍ: ຄະ ນະ ບັນ ນາ ທິ ການ ໜັງ ສື ພິມ ພະ ລັງ ງານ ແລະ ບໍ່ ແຮ່
ສາລະ ບານ ຂ່າວ ທີ່ ສຳ ຄັນ
ກົດ ໝາຍ ວ່າ ດ້ວຍ...ໜ້າ2 ສະ ຖາ ນີ...ໜ້າ12 ຄຳ ແນະ ນຳການ ພັດ ທະ ນາ ພະ ລັງ ງານ ໄຟ ຟ້າ ນ້ຳ ຕົກ...ໜ້າ 13 ລາ ຄາ ໄຟ ຟ້າ ໃໝ່...ໜ້າ15 ວິ ທີ ຄິດ ໄລ່ ລາ ຄາໄຟ ຟ້າ..ໜ້າ 16
[ອ່ານຕໍ່ໜ້າ 3]
ພາບ: ວຽງ ສະ ຫວັນ ປ ຣະ ດິດ. ຂ່າວ: ຄຳ ແສງ ແກ້ວ ປະ ເສີດ. ກວດ ແກ້ຂ່າວໂດຍ: ຄະ ນະ ບັນ ນາ ທິ ການ ໜັງ ສື ພິມ ພະ ລັງ ງານ ແລະ ບໍ່ ແຮ່
[ອ່ານຕໍ່ໜ້າ 8]
ອົງ ຄະ ນະ ພັກ ກະ ຊວງ ພະ ລັງ ງານ ແລະ ບໍ່ ແຮ່
ດຳ ເນີນກອງ ປະ ຊຸມ ຕົວ ແທນ ສຳ ມະ ຊິກ ພັກ ຂອງ ຕົນ
45 ປີ ຜ່ານ ມາ ວຽກ ງານ ພະ ລັງ ງານ ແລະ ບໍ່ ແຮ່
ໄດ້ ຮັບ ກາ ນັ ພດ ທະ ນາ ຢ່າງ ໃຫຍ່ຫຼວງ
(ເນື່ອງ ໃນ ໂອ ກາດ ສະ ເຫຼີມ ສະຫຼອງວັນ ຊາດ ທີ 2 ທັນ ວາ ຄົບ ຮອບ 45 ປີ)
ຄັດ ຈາກ ບົດ ສຳ ພາດຂອງ ທ່ານ ປອ. ຄຳ ມະ ນີ ອິນ ທິ ລາດ ກຳ ມະ ການ ສູນ ກາງ ພັກ, ເລ ຂາ ຄະ ນະ ພັກ, ລັດ ຖະ ມົນ ຕີ ກະ ຊວງ ພະ ລັງ ງານ ແລະ ບໍ່ ແຮ່ (ອ່ານ ຕໍ່ ຈາກ ສະ ບັບ ກ່ອນ).
ເຊັ່ນ: ທະນາຄານໂລກ, ທະນາຄານ ADB ແລະ ກຸ່ມທະນາຄານ ຈາກບັນດາປະເທດເພື່ອນມິດຍຸດທະສາດ. ນອກນັ້ນ ຍັງມີການຮ່ວມມື
ດ້ານການພັດທະນາວຽກງານພະລັງງານ ແລະ ວຽກງານບໍ່ແຮ່ ກັບ ບັນດາປະເທດເພື່ອບ້ານໃກ້ຄຽງເຊັ່ນ : ສ.ສ. ຫວຽດນາມ, ສປ.ຈີນ, ຣາຊະອານາຈັກໄທ, ມຽນມາ ແລະ ຣາຊາອານາຈັກກຳປູເຈຍ. ພວກເຮົາໄດ້
ເອົາໃຈໃສ່ຍາດແແຍ່ງການມາລົງທຶນຂອງບັນດາປະເທດເພື່ອນ [ອ່ານຕໍ່ໜ້າ 5]
ຮອງ ລັດ ຖະ ມົນ ຕີ ກະ ຊວງ ພະ ລັງ ງານ ແລະ ບໍ່ ແຮ່
ສຳ ເລັດ ເຂົ້າ ຮ່ວມກອງ ປະ ຊຸມ ສະພາມົນຕີ
ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 27
ໂດຍ: ຄຳ ແສງ ແກ້ວ ປະ ເສີດ. ກວດ ແກ້ຂ່າວໂດຍ: ຄະ ນະ ບັນ ນາ ທິ ການ ໜັງ ສື ພິມ ພະ ລັງ ງານ ແລະ ບໍ່ ແຮ່
[ອ່ານຕໍ່ໜ້າ 10]
ເປີດ ຊຸດ ຝຶກ ອົບ ຮົມ ທິດ ສະ ດີ ການ ເມືອງ-ການ ປົກ ຄອງ ໄລຍະ ສັ້ນ 45 ວັນ ຊຸດ ທີ XIV
g ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກ 2020 ຜ່ານມານີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5, ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຂອງ ສະຫາຍ ທອງພັດ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານແລະ ບໍ່ແຮ່ ແລະ ທ່ານ ຮສ ສົມມຸດທອງ ສົມພານິດ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ- ການປົກຄອງແຫ່ງຊາດ. ມີຄະນະພັກ, ຄະນະນຳຂອງທັງສອງພາກສ່ວນ ແລະ ນັກສຳມະນາກອນ ຈຳນວນ 50 ສະຫາຍ, ຍິງ 24 ສະຫາຍ ທີ່ມາຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນໂອກາດກ່າວໄຂພິທີ ສະຫາຍ ທອງພັດ ອິນທະວົງ
ພະແນກປະຊາສຳພັນ ແລະ ໄອທີ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່
ຖະໜົນໜອງບອນ, ບ້ານຝາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ: 021 414408, ແຟັກ: 021 451036
ພະແນກປະຊາສຳພັນ ແລະ ໄອທີ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່
ຖະໜົນໜອງບອນ, ບ້ານຝາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໂທ: 021 414408, ແຟັກ: 021 451036
g ລະຫວ່າງວັນທີ 25-27 ພະຈິກ 2020, ທ່ານ ປອ. ດາວວົງ ພອນແກ້ວ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່
ໄດ້ເຂົ້າຮ່ວມກອງປະຊຸມສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 27 ໂດຍການເປັນປະທານຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ຊຶ່ງປະກອບດ້ວຍ ທ່ານ ນາງ ບຸນຄໍາ ວໍລະຈິດ, ຮອງລັດຖະມົນຕີ
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ
ຄະນະຜູ້ແທນກະຊວງ ພະລັງງານ ແລະ ບໍ່ແຮ່
ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ
ແຫຼ່ງ ຂໍ້ ມູນ: ກົມ ແຜນ ການ ແລະ ການ ຮ່ວມ ມື. ຂ່າວ: ຄຳ ແສງ ແກ້ວ ປະ ເສີດ.
ກວດ ແກ້ຂ່າວໂດຍ: ຄະ ນະ ບັນ ນາ ທິ ການ ໜັງ ສື ພິມ ພະ ລັງ ງານ ແລະ ບໍ່ ແຮ່
g ລະຫວ່າງວັນທີ 17-20 ພະຈິກ 2020 ຄະນະຜູ້ແທນກະຊວງ ພະລັງງານ ແລະ ບໍ່ແຮ່ ນໍາໂດຍ ທ່ານ ປອ ຄໍາມະນີ ອິນທິລາດ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ມີ ທ່ານ ປອ ດາວວົງ ພອນແກ້ວ ຮອງລັດຖະມົນ ຕີ, ທ່ານ ປອ. ອາຄົມເດດ ວົງໄຊ ຫົວໜ້າ ເ ຈົ້ າ ໜ້ າ ທີ່ ອ າ ວຸ ໂ ສ ພ ະ ລັ ງ ງ າ ນ ສປປ ລາວ ແລະ ບັນດາຄະນະ ໜ່ວຍງານເຮັດວຽກ [ອ່ານຕໍ່ໜ້າ 9]
ພະລັງງານ ແລະ ບໍ່ແຮ່ 01-12-2020
2
[ອ່ານຕໍ່ຈາກສະບັບທີ່63]
ກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ ປີ 2017 ກົດໝາຍວ່າດ້ວຍແຮ່ທາດ ສະບັບປັບປຸງ ປີ 2017
ພະລັງງານ ແລະ ບໍ່ແຮ່
01-12- 2020 3
ອົງ ຄະ ນະ ພັກ ກະ ຊວງ ພະ ລັງ ງານ ແລະ ບໍ່ ແຮ່ ດຳ ເນີນກອງ ປະ ຊຸມ ຕົວ ແທນ ສຳ ມະ ຊິກ ພັກ ຂອງ ຕົນ
ອ່ານ ຕໍ່ ຈາກ ໜ້າ 1
g ພາຍຫຼັງທີ່ໄດ້ດຳເນີນມາ ດ້ວຍຄວາມເຄັ່ງຮ້ອນ, ມີບັັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍ ຄວາມຮັບຜິດຊອບສູງ ຂອງຜູ້ແທນກອງປະຊຸມ ມາຮອດຕອນບ່າຍຂອງວັນທີ 1 ທັນວາ 2020 ກອງປະຊຸມຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ. ພາຍ ໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ. ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາ ສະຫາຍ ຄະນະປະຈຳພັກ, ຕົວແທນອົງການຈັດຕັ້ງມະຫາຊົນທີ່ຂຶ້ນ ກັບອົງຄະນະພັກກະຊວງ.
ມີຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ໜ່ວຍພັກອ້ອມຂ້າງກະຊວງ ແລະ ສະມາຊິກພັກ ທີ່ເປັນຕົວແທນ
ໃຫ້ແກ່ສະມາຊິກພັກພາຍໃນກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກນີ້, ຍັງມີຕົວແທນຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ ແລະ ຄະນະຮັບຜິດຊອບເນື້ອໃນ, ບຸຄະລາກອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຂົ້າຮ່ວມນຳ.
ໃນພິທີອັນສະຫງ່າລາສີນີ້ ສະຫາຍ ປອ ຄຳມະນີ ອິນທິລາດ ກຳມະການ ສູນກາງພັກ, ເລຂາອົງຄະນະພັກ, ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕາງໜ້າໃຫ້ຄະນະປະທານກອງປະຊຸມ ກ່າວເປີດກອງປະຊຸມ ບາງຕອນ ສະຫາຍ ກ່າວວ່າ : ໂດຍຕາງໜ້າ ໃຫ້ຄະນະປະທານກອງປະຊຸມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຜົນສຳເລັດ ໃນການດຳເນີນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ທົ່ວອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ໃນຄັ້ງນີ້
ຢ່າງສຸດອົກສຸດໃຈ. ຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ ຂອງພວກເຮົາໃນຄັ້ງນີ້, ມັນໄດ້ຢັ້ງຢືນເຖິງຄວາມຕັ້ງໜ້າ, ຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີ ເປັນເອກະພາບ ຂອງທົ່ວອົງຄະນະພັກກະຊວງພວກເຮົາ, ແມ່ນໝາກຜົນຂອງ ຄວາມເອົາໃຈໃສ່, ຄວາມຕັ້ງໜ້າ ຂອງບັນດາສະຫາຍຜູ້ແທນ ທັງແມ່ນ ການປະກອບສ່ວນ ທີ່ສຳຄັນ ຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກຳມະກອນໃນທົ່ວອົງຄະນະພັກຂອງພວກເຮົາ.
ສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ທຸກຄະນະພັກຮາກຖານ, ໜ່ວຍພັກ, ທຸກຫົວໜ່ວຍວຽກງານຂອງລັດ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ສະມາຊິກພັກ ແລະ ກຳມະກອນທຸກໆສະຫາຍ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ສ້າງຄວາມຕັດສິນໃຈໃໝ່ທີ່ສູງກວ່າເກົ່າ ເພື່ອປັບປຸງເຮັດໃຫ້ທົ່ວອົງຄະນະພັກ ພວກເຮົາ ໄດ້ຮັບການພັດທະນາກ້າວຂຶ້ນດ້ວຍຄວາມເຂັ້ມແຂງ ປອດໃສ ແລະ ໜັກແໜ້ນ. ສ້າງບັນຍາກາດ ແລະ ທ່ວງທ່າໃໝ່ ໃຫ້ແກ່ການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກພວກເຮົາ ໃຫ້ກ້າວຂຶ້ນສູ່ຄຸນນະພາບໃໝ່.
ສືບຕໍ່ຍູ້ຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກໃຫ້ຟົດຟື້ນ ແລະ ກ້າວເຂົ້າສູ່ລວງເລິກ.
ຫຼັງຈາກນັ້ນ ສະຫາຍ ທອງພັດ ອິນທະວົງ ຮອງເລຂາອົງຄະນະພັກ, ຮອງລັດຖະມົນຕີ ລາຍງານສະພາບທີ່ພົ້ນເດັ່ນ ການຊີ້ນຳ-ນຳພາ ຂອງ ອົງຄະນະພັກກະຊວງ ຕະຫຼອດໄລຍະ 5 ປີທີ່ຜ່ານມາ. ພ້ອມກັນນີ້ ຜູ້ແທນກອງ ປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຜູ້ແທນສົມ ບູນ ແລະ ສຳຮອງ ຈຳນວນ 8 ສະຫາຍ ໃນນີ້ ຜູ້ແທນສົມບູນ 6 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ໄດ້ຕາມລະດັບຄາດໝາຍ.
ພະລັງງານ ແລະ ບໍ່ແຮ່ 01-12-2020
4
ພະລັງງານ ແລະ ບໍ່ແຮ່
01-12- 2020 5
45 ປີ ຜ່ານ ມາ ວຽກ ງານ ພະ ລັງ ງານ ແລະ ບໍ່ ແຮ່ໄດ້ ຮັບ ກາ ນັ ພດ ທະ ນາ ຢ່າງ ໃຫຍ່ຫຼວງ
(ເນື່ອງ ໃນ ໂອ ກາດ ສະ ເຫຼີມ ສະຫຼອງວັນ ຊາດ ທີ 2 ທັນ ວາ ຄົບ ຮອບ 45 ປີ)
ອ່ານ ຕໍ່ ຈາກ ໜ້າ 1
ມິດເຂົ້າໃນການພັດທະນາອຸສາຫະກຳພະລັງງານ ແລະ ອຸດສາຫະກຳບໍ່ແຮ່ ຢ່າງຕັ້ງໜ້າ.
4. ຜົນສໍາເລັດກ່ຽວກັບການພັດທະນາວຽກງານພະລັງງານ :
ດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າ : ກ່ອນປີ 1975 ສປປ ລາວ ວຽກງານພະລັງງານ ຢູ່ປະ ເທດເຮົາແມ່ນມີລັກສະນະອ່ອນນ້ອຍ, ບໍ່ໄດ້ຮັບການເອົາໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດ ທະນາພໍເທົ່າໃດ? ໃນເວລານັ້ນ, ທົ່ວປະເທດພວກເຮົາ ມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກຂະ ໜາດໃຫຍ່ພຽງແຕ່ 1 ແຫ່ງຄື: ເຂື່ອນໄຟຟ້ານ້ຳງື່ມ 1, ຊຶ່ງມີກຳລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ ຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ ມີກຳລັງຕິດຕັ້ງ 1 ເມກາວັດ ແລະ ເຂື່ອນແຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງ 1 ເມກາວັດ.
ນອກຈາກນີ້, ກໍມີເຄື່ອງຈັກປັ່ນໄຟຟ້າທີ່ໃຊ້ນ້ຳມັນຢູ່ບາງຕົນເມືອງໃຫຍ່ຈຳນວນໜຶ່ງ;
ສະນັ້ນ, ສັງລວມແລ້ວຢູ່ໃນທົ່ວປະເທດ, ປະຊາຊົນໄດ້ຊົມໃຊ້ໄຟຟ້າພຽງແຕ່ 5 ຕົວເມືອງໃຫຍ່ຄື
: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງ ຈຳປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີ່ໄດ້ໃຊ້ໄຟຟ້າ.
ພາຍຫຼັງພັກເຮົາໄດ້ເລີ່ມນຳພາການດຳເນີນການປ່ຽນແແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ວາງແນວທາງ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດ ໝາຍສັງຄົມນິຍົມ. ໃນນີ້, ໄດ້ກໍານົດເອົາການພັດທະນາວຽກ ງານພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງ ສປປ ລາວ ເພື່ອພື້ນຖານໃຫ້ແກ ່່
ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ.
ເພື່ອຜັນຂະຫຍາຍແນວທາງຂອງພັກ, ລັດເຮົາກໍໄດ້ວາງຍຸດທະສາດເພື່ອພັດທະ ນາອຸດສາຫະກໍາພະລັງງານໄຟຟ້າ ແມ່ນສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນແຫຼ່ງນໍ້າທໍາ ມະຊາດ ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການ ເພື່ອຊົມໃຊ້ຢູ່ພາຍໃນ ຕິດພັນກັບການສົ່ງອອກ, ບົນພື້ນຖານຮັບປະກັນການພັດທະນາພະລັງ ງານໄຟຟ້າ ແບບເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານສະອາດ ແລະ ມີລັກສະນະຍືນ ຍົງ ຊຶ່ງປະກອບດ້ວຍບັນດາໂຄງການ, ແຜນງານໃຫຍ່ໆທີ່ສຳຄັນ, ເປັນລະບົບຄົບຊຸດ, ມີທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ
ພາຍຫຼັງໄດ້ປະກາດໃຊ້ ກົດໝາຍໄຟຟ້າໃນປີ 1997 ແລະ ພາຍຫຼັງມີນະໂຍບາຍດືງດູດ ການລົງ ທືນຕ່າງປະເທດເຮັດໃຫ້ມີນັກລົງທືນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທືນນັບທັງໃນຮູບແບບ ໂຄງການພະລັງງານເອກະຊົນ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະ ລັງງານຢູ່
ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ.
ອັນທີ່ພົ້ນເດັ່ນແມ່ນ, ພວກເຮົາໄດ້ສຸມໃສ່ການພັດທະນາແຫຼ່ງຜະລິດກະແສໄຟຟ້າຢ່າງແຂງແຮງ ຊຶ່ງມາຮອດປັດຈຸບັນນີ້, ພວກເຮົາ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ.
ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ພວກເຮົາຍັງມີ : ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ.
ຕາມການຄາດຄະເນ ໃນທ້າຍປີ 2020 ນີ້, ຈະມີແຫຼ່ງຜະລິດໄຟຟ້າກໍ່ສ້າງສໍາເລັດ ອີກ 13 ແຫ່ງ, ກໍາລັງຕິດຕັ້ງປະມານ 732 MW. ລວມຮອດທ້າຍປີ 2020 ຈະມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ, ກໍາລັງຕິດຕັ້ງປະມານ 10,704 MW.
ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດ ປັດຈຸບັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.
ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດ, ສາມາດບັນລຸໄດ້ແລ້ວ 6.935 ເມັກກາວັດ.ໃນນີ້: ສົ່ງອອກໄປຍັງປະເທດໄທແລ້ວ 5.935 ເມັກກາວັດ, ຫວຽດນາມ 570 ເມັກກາວັດ, ກໍາປູເຈຍ 320 ເມັກກາວັດ, ມຽນມ້າ 10 ເມັກກາວັດ, ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ: ຊຶ່ງໃນກຸ່ມປະເທດອາຊຽນ ສປປ ລາວ ຂອງພວກເຮົາ ແມ່ນປະເທດທຳອິດ ທີ່ໄດ້ລິເລີ່ມ ສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ.
ປະຈຸບັນ ໄດ້ສົ່ງອອກແລ້ວ 100 ເມັກກາວັດ ໂດຍຜ່ານປະເທດລາວ-ໄທ-ມາເລເຊຍ.
ຊຶ່ງໃນມໍ່່ໆນີ້ ໃນປີ 2021 ຈະສົ່ງໃຫ້ໄດ້ 300 ເມັກກາວັດ. ພ້ອມດຽວກັນນີ້ ສືບຕໍ່ເຈລະຈາຊື້- ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ. ແຕ່ການ ສົ່ງອອກໃນອະນາຄົດ ຍັງຈະເພີີ່ມຂື້ນເລື້ອຍໆ ຕາມ ບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ (MOU) ທີ່ ສປປ ລາວ ເຮົາ ມີກັບ ບັນດາປະເທດໃກ້ຄຽງ ເຊັ່ນ: ມີບັນທຶກຄວາມເຂົ້າໃຈຮ່ວມມືດ້ານພະລັງງານ ກັບ ຣາຊະອານາຈັກໄທ 9.000 MW, ມີກັບ ຣາຊະອານາຈັກ ກໍາປູເຈຍ 6.000 MW ແລະ ມີກັບ ສສ ຫວຽດນາມ 5.000 MW. ທັງໝົດນີ້ ຈະສົ່ງອອກໃຫ້ຄົບຕາມຈໍານວນ ທັງ 3 ປະເທດ ພາຍໃນປີ 2030.
ສຳລັບການຊົມໃຊ້ຢູ່ໃນສັງຄົມນັ້ນແມ່ນພວກເຮົາໄດ້ສະໜອງກະແສໄຟຟ້າຢ່າງພຽງພໍຢູ່ໃນພາກ:
ທີ່ຢູ່ອາໃສ, ອຸດສາຫະກຳ, ກະສິກຳ, ຊົນລະປະທານ, ການລ້ຽງສັດ, ຫັດຖະກຳ, ການບໍລິການ, ການທ່ງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການອື່ນໆ ຊຶ່ງໄດ້ກາຍເປັນພື້ນຖານໃຫ້ແກ່
ການຜະລິດ, ການຜະລິດເປັນສິນຄ້າ ແລະ ການແກ້ໄຂວຽກເຮັດງານທຳຢູ່ໃນສັງຄົມຢ່າງກວ້າງຂວາງ.
ຜົນສຳເລັດທີ່ສຳຄັນອີກອັນໜຶ່ງ ກໍແມ່ນພວກເຮົາໄດ້ເອົາໃຈໃສ່ວຽກງານພັດທະນາໄຟຟ້າ ໄປ ສູ່ຊົນນະບົດໂດຍຕິດພັນຢ່າງສະໜິດແໜ້ນກັບການພັດທະນາຊົນນະບົດ ຊຶ່ງມາຮອດປັດຈຸບັນນີ້, ພວກເຮົາສາມາດສະໜອງໄຟຟ້າຮັບໄດ້ 100% ຢູໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ. 93% ຂອງຈຳນວນບ້ານ ແລະ 95% ຂອງຈໍານວນຄອບຄົວໃນ ທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.
ຜົນສຳເລັດຂອງການພັດທະນາວຽກງານພະລັງງານໄດ້ສ້າງພື້ນຖານ ທີ່ສຳຄັນໃຫ້ແກ່ການຫັນ ຈາກເສດຖະກິດທຳມະຊາດໄປສູ່ເປັນເສດຖະກິດຜະລິດເປັນສິນຄ້າ, ການຫັນປ່ຽນແບບວິທີການຜະລິດ, ການດຳລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ. ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອື່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ.
ສາມາດຢືນຢັນໄດ້ວ່າ : ມາຮອດປັດຈຸບັນ, ຂະແໜງອຸດສາຫະກຳໄຟຟ້າຢູ່ ສປປ ລາວ ໄດ້ເປັນຜູ້ເຮັດບົດບາດທີ່ສຳຄັນ ແລະ ມີລັກສະນະເປັນພື້ນຖານ ໃນການພັດທະນາເສດຖະກິດ- ສັງຄົມຂອງຊາດ, ກາຍເປັນຂະແໜງເສດຖະກິດທີ່ເຮັດບົດບາດເປັນຜູ້ໄຂຊ່ອງທາງໃນລະບົບເສດຖະກິ
ດແຫ່ງຊາດ, ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດໄປສູ່ເປັນເສດ ຖະກິດຜະລິດເປັນສິນຄ້າ, ນັບທັງການຫັນປ່ຽນແບບວິທີການຜະລິດ, ການດຳລົງຊີວິດ ແລະ ການແກ້
ໄຂຄວາມທຸກຍາກຂອງປະຊາຊົນລາວ ບັນດາເຜົ່າຢ່າງຕັ້ງໜ້າ. ພ້ອມນັ້ນ, ກໍສາມາດດູດດຶງການມາ ລົງທຶນຂອງຜູ້ປະກອບການ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນ ມິດ-ສາກົນຢ່າງໜັກແໜ້ນ, ກວ້າງຂວາງ.
5. ຜົນສຳເລັດກ່ຽວກັບການພັດທະນາວຽກງານບໍ່ແຮ່ :
ຄຽງຄູ່ກັບການຂະຫຍາຍຕົວຂອງວຽກງານພະລັງງານ, ການພັດທະນາອຸດສາຫະກຳບໍ່ແຮ່ກໍໄດ້ມີ
ບາດກ້າວຂະຫຍາຍຕົວຢ່າງວ່ອງໄວ.
ກ່ອນປີ 1975, ວຽກງານທໍລະນີສາດ ແລະ ແຮ່ທາດ ເກືອບເວົ້າໄດ້ວ່າບໍ່ໄດ້ຮັບການພັດທະນາເລີຍ, ເຖິງວ່າມີເລັກໆນ້ອຍໆ ກໍເປັນກິດຈະກຳທີ່ອ່ອນນ້ອຍ, ບໍລິມາດບໍ່ພໍເທົ່າໃດ ແລະ ກໍບໍ່ໄດ້ຮັບການສົ່ງ ເສີມຈາກພາກລັດເລີຍເຊັ່ນ : ບໍ່ກົ່ວໂພນຕີິ້ວເປັນຕົ້ນ. ນອກຈາກນັ້ນ, ໃນຊຸມປີ 1980 ກໍມີການຊອກຄົ້ນ ແລະ ຂຸດຄົ້ນ ແຮ່ທາດບາງອັນ.
ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ລັດເຮົາໄດ້ມີແຜນການສຶກສາຄົ້ນຄວ້າ : ສປປ ລາວ ເປັນປະເທດ ທີ່ມີທ່າແຮງທາງດ້ານຊັບພະຍາກອນແຮ່ທາດ ຊຶ່ງມາຮອດປະຈຸບັນສາມາດຄົ້ນພົບຈຸດ ປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ: 162,104 ກມ2 ເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ; ຊຶ່ງປະກອບດ້ວຍ: ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ບົກຊິດ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກິນ, ເກືອໂປຕັດສ໌, ຊືນ, ສັງກະສີ, ມັງການ, ຫີນປູນ, ຫີນໂດໂລໄມ, ບາລິດ ແລະອື່ນໆ. ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາ ອຸດສາຫະກຳບໍ່ແຮ່. ຊຶ່ງມາຮອດປັດຈຸບັນ ໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 214 ບໍລິສັດ 319 ກິດຈະການ. ຊຶ່ງຢູ່ໃນຂັ້ນຕອນການຊອກຄົ້ນ ຈໍານວນ 21 ບໍລິສັດ 28 ກິດຈະການ, ຢູ່ໃນຂັ້ນຕອນການສໍາຫຼວດ ຈໍານວນ 70 ບໍລິສັດ 83 ກິດຈະການ ແລະ ຢູ່ໃນຂັ້ນຕອນ ສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ ຈໍານວນ 43 ບໍລິສັດ 67 ກິດຈະການ.
ຢູ່ໃນຂັ້ນຕອນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີຈໍານວນທັງໝົດ 80 ບໍລິສັດ 141 ກິດຈະການ.
ຊຶ່ງໂຄງການດ້ານແຮ່ທາດ ທີ່ໄດ້ຮັບອະນຸຍາດ ມີເນື້ອທີ່ທັງໝົດ: 7.281.047,42 ເຮັກຕາ ກວມ 30,75% ຂອງເນື້ອທີ່ປະເທດລາວ.
ສຳ ລັບທິດທາງ, ໜ້າທີ່ ແລະ ຄາດໝາຍສູ້ຊົນເພື່ອພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ໃນຕໍ່ໜ້າ.
ໃນປັດຈຸບັນນີ້, ພວກເຮົາພວມສຸມໃສ່ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 , ຍຸດທະສາດຮອດປີ
2025 ແລະ ກໍາລັງຈະຈັດຕັ້ງປະຕິບັດ ແຜນພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີ
2021-2025 ຊຶ່ງແມ່ນການຜັນຂະຫຍາຍທິດທາງ ແລະ ຈຸດໝາຍສູ້ຊົນໃນການພັດທະນາອຸດສາຫະ ກໍາພະລັງງານ ແລະ ບໍ່ແຮ່ ຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ.
ສະນັ້ນ, ທິດທາງ, ໜ້າທີ່ລວມໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້ານີ້ແມ່ນ:
ພັດທະນາພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຂຸດຄົ້ນທຸກກຳ ລັງແຮງບົ່ມຊ້ອນຂອງປະເທດຊາດ, ສຸມໃສ່ພັດທະນາອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່
ໃຫ້ເຂົ້າສູ່ລວງເລິກ, ສົ່ງເສີມຫົວ ໜ່ວຍເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ອ່ານ ຕໍ່ ສະ ບັບ ໜ້າ
ພະລັງງານ ແລະ ບໍ່ແຮ່ 01-12-2020
6
ພະລັງງານ ແລະ ບໍ່ແຮ່
01-12- 2020 7
ມາດ ຕະ ຖານ ການ ລົງ ທຶນ ໃນ ກິດ ຈະ ການ ຊອກ ຄົ້ນ ແລະ ສຳຫຼວດ ແຮ່ ທາດ ຢູ່ ສ ປ ປ ລາວ
ພະລັງງານ ແລະ ບໍ່ແຮ່ 01-12-2020
8
ເປີດ ຊຸດ ຝຶກ ອົບ ຮົມ ທິດ ສະ ດີ ການ ເມືອງ-ການ ປົກ ຄອງ ໄລຍະ ສັ້ນ 45 ວັນ ຊຸດ ທີ XIV
ອ່ານ ຕໍ່ ຈາກ ໜ້າ1
ຮອງເລຂາ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳຫັນບາງຕອນ ສະຫາຍ ກ່າວວ່າ: ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ກະຊວງ ແລະ ໃນນາມສ່ວນຕົວ, ຂ້າພະຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງຊຶ່ງໄດ້ພ້ອມກັນກະກຽມບັນດາເງື່ອນໄຂ ແລະ ວຽກງານຕ່າງໆ ເພື່ອຮັບ ປະກັນໃຫ້ແກ່ການໄຂຊຸດບໍາລຸງໃນເທື່ອນີ້.
ການຈັດຕັ້ງບໍາລຸງທິດສະດີ-ການເມືອງແມ່ນວຽກງານໜຶ່ງທີ່ສໍາຄັນໃນການປັບປຸງ ແລະ ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແມ່ນຄວາມຈຳເປັນພາວະວິໄສ ເພື່ອຮັບປະກັນໃຫ້ພະນັກງານ, ສະມາຊິກພັກໄດ້ຮັບການ ຍົກລະດັບທາງດ້ານການ ເມືອງ ໃຫ້ນັບມື້ນັບສູງຂື້ນ, ແນໃສ່ຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການ ນຳພາຂອງພັກໃນໄລຍະໃໝ່, ໂດຍສະເພາະແມ່ນສໍາລັບພະນັກງານຫຼັກແຫຼ່ງ ທີ່ພວມເຮັດໜ້າທີ່ນໍາພາ, ຄຸ້ມຄອງວຽກງານຢູ່ຫ້ອງການກະຊວງ, ບັນດາກົມ ແລະ ຢູ່ບັນດາລັດວິສາຫະກິດອ້ອມຂ້າງກະ ຊວງ ຂອງ ພວກເຮົາ.
ຍ້ອນວ່າ : ພະນັກງານ, ສະມາຊິກພັກ ແມ່ນປັດໄຈຕັດສິນຜົນໄດ້-ຜົນໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ,
ໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້. ສະນັ້ນ, ການຍົກລະດັບໃນ ແຕ່ລະດ້ານສໍາລັບພະນັກງານຫຼັກແຫຼ່ງ ຊຶ່ງເຮັດໜ້າທີ່ນຳພາ, ຄຸ້ມຄອງ ຈຶ່ງແມ່ນຄວາມຈຳເປັນພາວະວິໄສ, ບໍ່ວ່າການຍົກລະດັບດ້ານໃດກໍມີ ຄວາມຈຳເປັນ, ໃນນີ້, ການຍົກລະດັບຄວາມຮູ້ ທາງດ້ານທິດສະດີປະຕິວັດ ແລະ ແນວທາງການເມືອງຂອງພັກການເມືອງ, ແນວທາງນະໂຍບາຍ ຂອງພັກ ແລະ ກົດໝາຍຂອງລັດໃຫ້ມີຄວາມໜັກແໜ້ນ, ເລິກເຊິ່ງ ແມ່ນບັນຫາກົກ ແລະ ເປັນພື້ນຖານໃຫ້ດ້ານອື່ນໆ. ຍ້ອນວ່າເນື້ອແທ້ ມັນກໍແມ່ນການປະກອບອາວຸດ ທາງດ້ານໂລກະທັດ ແລະ ວິທະຍາວິທີໃຫ້ແກ່ການເຮັດບົດບາດ ແລະ ໜ້າທີ່ການເມືອງ. ດ້ານໜຶ່ງອີກ, ການຍົກລະດັບທາງດ້ານທິດສະດີ-ການເມືອງ ຈະເປັນພື້ນຖານທີ່ສໍາຄັນ ໃຫ້ແກ່ການປັບປຸງດ້ານຄຸນທາດການເມືອງ, ຄຸນສົມ ບັດສິນທໍາປະຕິວັດໃຫ້ມີຄວາມໜັກແໜ້ນຂຶ້ນ.
ຂ້າພະເຈົ້າມີຄວາມພູມໃຈທີ່ເຫັນວ່າ: ໃນໄລຍະທີ່ຜ່ານມາ, ຄຽງຄູ່ກັບການຈັດຕັ້ງ-ມອບໝາຍໃຫ້ບັນດາສະຫາຍການນໍາ ແລະ ພະນັກງານຫຼັກແຫຼ່ງຈໍານວນໜຶ່ງໄປຮັບການບໍາລຸງຍົກລະ ດັບທິດສະດີ-ການເມືອງລະບົບ 5 ເດືອນ ແລະ ລະບົບກໍ່ສ້າງຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດແລ້ວ. ເຖິງວ່າ, ກະຊວງພວກເຮົາກໍມີຄວາມ ຫຍຸ້ງຍາກຫຼາຍດ້ານ, ແຕ່, ຄະນະພັກ- ຄະນະນໍາຂອງກະຊວງພະລັງງານ ແລະ ບໍ່ແຮ່ ພວກເຮົາກໍໄດ້ມີຄວາມພະຍາຍາມສ້າງເງື່ອນໄຂເພື່ອຈັດຕັ້ງຊຸດບໍາລຸງທິດສະດີໄລຍະສັ້ນ 45 ວັນ ໃຫ້ພະນັກງານ, ສະມາຊິກພັກ ຜູ້ເປັນຫຼັກແຫຼ່ງຢູ່ກັບທີ່
ຊຶ່ງມາຮອດປັດຈຸບັນນີ້ກໍເຫັນໄດ້ວ່າ : ລະດັບການກໍາແໜ້ນທິດສະດີ-ການເມືອງຂອງພະນັກງານເຮົາ ເປັນຈໍານວນຫຼາຍພໍສົມຄວນ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ດ້ານແນວຄິດເປັນຕົ້ນແມ່ນ ຄຸນທາດການເມືອງ, ຄຸນສົມ ບັດສິນທໍາປະຕິວັດໄດ້ຮັບການປັບປຸງ ແລະ ໄດ້ກາຍເປັນພື້ນຖານທີ່ສໍາຄັນໃຫ້ແກ່ການເຮັດໜ້າທີ່ ການເມືອງໄດ້ສໍາເລັດຜົນດີກວ່າເກົ່າ.
ສະນັ້ນ, ໃນໂອກາດນີ້ໂດຍຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງ, ຂ້າພະເຈົ້າ ກໍຂໍຖື ເອົາໂອກາດນີ້ສະ ແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອ, ປະສານສົມທົບຂອງພາກສ່ວນ ຕ່າງໆເປັນຕົ້ນແມ່ນ: ຄະນະໂຄສະນາອົບຮົມສູນການພັກ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ພາກສ່ວນອື່ນໆ ຊຶ່ງຜ່ານໄດ້ໃຫ້ການຊ່ວຍເຫຼືອແກ່ ກະຊວງພະລັງງານ ແລະ ບໍ່ແຮ່
ເປັນຕົ້ນແມ່ນ ການປະກອບສ່ວນດ້ານການສິດສອນ ຂອງຄູ-ອາຈານ ແລະ ເອກະສານໃຊ້ເຂົ້າໃນການບໍາລຸງ.
ຊຸດບໍາລຸງຂອງພວກເຮົາຈະໃຊ້ເວລາພຽງແຕ່ 45 ວັນ ຫຼື ເດືອນເຄິ່ງເທົ່ານັ້ນ; ຖ້າທຽບໃສ່ ຄວາມສໍາຄັນ ແລະ ຈໍານວນຂອງເອກະສານທີ່ພວກເຮົາຈະນໍາຄົ້ນຄວ້າຮໍ່າຮຽນນັ້ນ, ເຫັນວ່າເວລາ 45 ວັນແມ່ນສັ້ນຫຼາຍ. ສະນັ້ນ,ເພື່ອເຮັດໃຫ້ຊຸດບໍາລຸງທິດສະດິ-ການເມືອງເທື່ອນີ້, ບັນລຸຜົນໄດ້ຕາມລະດັບຄາດໝາຍທີ່ພວກເຮົາໄດ້ວາງໄວ້ແລ້ວນັ້ນ, ຂ້າພະເຈົ້າຂໍມີຄໍາເຫັນສະເໜີນໍາບັນດາສະຫາຍບາງບັນ ຫາດັ່ງນີ້: ບັນຫາທີໜຶ່ງ : ສໍາລັບຜູ້ມາເຂົ້າບໍາລຸງ, ແຕ່ລະສະຫາຍຈະຕ້ອງໄດ້ຍົກສູງຄວາມຮັບຜິດຊອບໃຫ້ສູງແທ້ໆ, ເອົາໃຈໃສ່ຕັ້ງໃຈຄົ້ນຄວ້າຮໍ່າຮຽນເພື່ອໃຫ້ກໍາແໜ້ນເນື້ອໃນເອກະສານຕ່າງໆຢ່າງເລິກ ເຊິ່ງ.ບັນດາສະຫາຍທີ່ມາຮຽນແຕ່ລະຄົນຕ້ອງຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການຄົ້ນຄວ້າ, ຮໍ່າຮຽນ, ມີຫຍັງບໍ່ເຂົ້າໃຈຕ້ອງປຶກສາກັນ, ແລກປ່ຽນກັນ. ພ້ອມດຽວກັນນີ້, ກໍເພີ່ມທະ ວີຄວາມສາມັກຄີມີສະຕິຕໍ່ການຈັດຕັ້ງ, ໃຫ້ຄວາມເຄົາລົບນັບຖືຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ, ມີຫຍັງບໍ່ເຂົ້າໃຈ, ກໍຂໍໃຫ້ພວກສະຫາຍກ້າຫານຖາມເພິ່ນ, ແລກປ່ຽນ ນໍາເພີ່ນດ້ວຍທັດສະນະທີ່ຖືກຕ້ອງ.
ອັນສໍາຄັນອີກອັນໜຶ່ງ ແມ່ນຈະຕ້ອງເອົາໃຈໃສ່ປະຕິບັດກົດລະບຽບທີ່ຄະນະຮັບຜິດຊອບໄດ້ວາງອອກຢ່າງຖືກຕ້ອງ, ເຄັ່ງຄັດ ແລະ ເຂັ້ມງວດ, ເອົາໃຈໃສ່ຮັກສາສຸຂະພາບ, ຮັບປະກັນການໄປ- ມາໃຫ້ມີຄວາມປອດໄພ. ຂ້າພະເຈົ້າສະເໜີວ່າ: ໃນຕະຫຼອດຊຸດຮຽນ 45 ວັນນີ້, ທຸກຄົນຕ້ອງບັນລຸຄາດໝາຍດັ່ງນີ້:(1). ລະດັບຄວາມຮູ້ດ້ານທິດສະດີ ແລະ ແນວທາງການເມືອງຂອງພັກ, ນະໂຍບາຍ ຂອງລັດຂອງແຕ່ລະຄົນຈະຕ້ອງໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ຖ້າທຽບໃສ່ເວລາບໍ່ທັນມາຮຽນ. 2). ດ້ານຄຸນທາດການເມືອງ, ຄຸນສົມບັດປະຕິວັດຂອງແຕ່ລະຄົນຈະຕ້ອງໄດ້ຮັບການປັບປຸງມີ
ຄວາມໜັກ ແໜ້ນຂຶ້ນກວ່າເກົ່າ.(3). ເມື່ອສຳເລັດການຮຽນແລ້ວ, ຕ້ອງໃຫ້ສາມາດຜັນຂະຫຍາຍເນື້ອໃນເອກະສານຕ່າງໆເຂົ້າສູ່ວຽກງານຕົວຈິງໄດ້, ໂດຍສະເພາະແມ່ນຕ້ອງເຮັດໃຫ້ການປະຕິບັດໜ້າ ທີ່ການເມືອງ ທີ່ໄດ້ຮັບການມອບໝາຍຂອງແຕ່ລະຄົນ ມີຜົນສໍາເລັດສູງກວ່າເກົ່າ.
ບັນຫາທີສອງ : ຫ້ອງການກະຊວງ, ບັນດາກົມ ແລະ ບັນດາລັດວິສາຫະກິດ ອ້ອມຂ້າງກະຊວງ ຕ້ອງຕັດວຽກງານອອກຈາກຜູ້ມາຮຽນໃຫ້ຂາດຕົວ, ຜູ້ມາຮຽນທຸກຄົນຕ້ອງມອບວຽກຂອງຕົນໃຫ້ຜູ້ຢູ່
ກົມກອງເຮັດແທນໃຫ້ຂາດຕົວ, ຜູ້ມາບໍາລຸງມີແຕ່ ໜ້າທີ່ຮຽນ; ໄລຍະທີ່ພວມຮຽນ ແມ່ນຫ້າມເດັດຂາດບໍ່ໃຫ້ເອີ້ນຜູ້ມາຮຽນກັບເມືອແກ້ໄຂວຽກງານ, ອັນພາໃຫ້ຜູ້ມາຮຽນຂາດຮຽນ ແລະ ມີຄວາມສັບສົບ.
ໃນກໍລະນີພິເສດ, ຕິດຂັດ, ຈຳເປັນ, ແມ່ນວຽກງານເປັນຕາຍແທ້ໆ ຕ້ອງສົບທົບປຶກສາຫາລື ແລະ ຂໍຄຳເຫັນນຳຄະນະຮັບຜິດຊອບເສຍກ່ອນ. ອັນນີ້, ກໍແມ່ນເພື່ອໃຫ້ຜູ້ມາເຂົ້າຮຽນໄດ້ມີເງື່ອນໄຂຮຽນ ໃຫ້ຄົບຖ້ວນ, ສຸດກົກສຸດປາຍ...ບັນຫານີ້ໃຫ້ເອົາໃຈໃສ້ແທ້ໆ.
ບັນຫາທີ່ສາມ : ຄະນະຮັບຜິດຊອບຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີການຄຸ້ມຄອງການຮຽນໃຫ້ດີ, ຮັບປະກັນການປະຕິບັດໂຄງການຫຼັກສູດໃຫ້ຖືກຕ້ອງ, ຄົບຖ້ວນ, ເອົາໃຈໃສ່ຄຸ້ມຄອງລະບຽບການ ຕ່າງໆໃຫ້ຄົບຖ້ວນ, ໜັກແໜ້ນ. ຕິດຕາມຄຸ້ມຄອງການຂຶ້ນຫ້ອງສິດສອນ ຂອງຄູ-ອາຈານ ແລະ ການຄົ້ນຄວ້າຮໍ່າຮຽນຂອງຜູ້ເຂົ້າບໍາລຸງໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ.
ບັນຫາທີ່ສີ່ : ຄູ-ອາຈານຈະຕ້ອງເອົາໃຈໃສ່ຖອດຖອນບົດຮຽນ, ປຶກສາຫາລືກັນເລື້ອຍໆ ເພື່ອປັບປຸງການສິດສອນຂອງຄູ-ອາຈານ ແລະ ການຄົ້ນຮໍ່າຮຽນຂອງຜູ້ມາຮຽນໃຫ້ສອດຄ່ອງ ແລະ ມີຄຸນນະພາບສູງ. ອັນສໍາຄັນແມ່ນສະເໜີເນື້ອໃນທິດສະດີແລ້ວ, ຢາກໃຫ້ຍົກເອົາພຶດຕິກໍາທີ່ຢູ່ໃກ້ຕົວເຮົາທີ່ສຸດ ມາສົມທຽບໃສ່ ຈຶ່ງຈະພາໃຫ້ຜູ້ຮຽນເຂົ້າໃຈງ່າຍຂຶ້ນ.
ບັນຫາທີຫ້າ : ສໍາລັບວິທີການຄົ້ນຄວ້າຂອງຜູ້ມາຮຽນ, ຂ້າພະເຈົ້າຢາກເນັ້ນວ່າ: ຜ່ານການຮຽນແຕ່ລະເອກະສານແລ້ວ, ເວລາຂຽນບົດເກັບກ່ຽວ, ຢາກໃຫ້ສົມທຽບທິດສະດີທີ່ໄດ້ຮຽນໃສ່ພຶດຕິກໍາ ໃນການເຮັດໜ້າທີ່ວຽກງານຂອງແຕ່ລະຄົນ ເພື່ອຈະຈໍາແນກ ໄດ້ວ່າຜ່ານມາເຮົາເຂົ້າໃຈ ແລະ ເຮັດອັນໃດອັນຖືກ - ອັນຜິດ ແລະ ພວກເຮົາຈຶ່ງກໍານົດທິດທາງປັບປຸງໄດ້.
ບັນຫາທີ່ຫົກ: ບັນຫາສຸດທ້າຍ, ຢາກເຮັດໃຫ້ຊຸດບໍາລຸງທິດສະດີ-ການເມືອງເທື່ອນີ້ບັນລຸຜົນ, ຂໍຮຽກຮ້ອງໃຫ້ ຫ້ອງການກະຊວງ, ບັນດາກົມ, ບັນດາລັດວິສາຫະກິດ ອ້ອມຂ້າງກະຊວງ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ໃຫ້ການຊ່ວຍເຫຼືອ, ອໍານວຍຄວາມສະດວກໃນດ້ານຕ່າງໆນັບທັງວັດຖຸ ແລະ ການປຸກລະດົມແນວຄິດຈິດໃຈ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າຫ້າວຫັນຕັ້ງ ໃຈເຂົ້າຮ່ວມຊຸດບໍາລຸງໄດ້ຮັບຜົນດີ.
ພະລັງງານ ແລະ ບໍ່ແຮ່
01-12- 2020 9
ຄະ ນະ ຜູ້ ແທນ ກະ ຊວງ ພະ ລັງ ງານ ແລະ ບໍ່ ແຮ ່
ສຳ ເລັດ ການ ເຂົ້າ ຮ່ວມກອງ ປະ ຊຸມ ລັດ ຖະ ມົນ ຕີ ພະ ລັງ ງານ ອາ ຊຽນ
ອ່ານ ຕໍ່ ຈາກ ໜ້າ1
ຍ່ອຍ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງກ່ຽວຂ້ອງ ໄດ້ເຂົ້າ ຮ່ວມກອງປະຊຸມພະລັງງານອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ (ASEAN Minister on Energy Meeting and Associated Meeting) ເຊິ່ງເປັນກອງປະຊຸມປະຈໍາປີ ແຕ່ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງການແຜ່ລະບາດພະຍາດໂຄວິດ-19 ຍັງມີການແຜ່ລະບາດເປັນວົງກ້ວາງ ໃນທົ່ວໂລກກໍ່ຄືບັນດາປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ສູນພະລັງງານອາຊຽນ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ໃນຮູບແບບ (New Normal) ຜ່ານທາງລະບົບວິດີໂອທາງໄກ ໂດຍ ສສ ຫວຽດນາມ ເປັນປະເທດເຈົ້າພາບ ພາຍໃຕ້ຄໍາຂັວນ “ການຫັນປ່ຽນພະລັງງານສູ່ການ ພັດທະນາທີ່ຍືນຍົງ: Energy Transition toward sustainable development” ເຊິ່ງປະກອບມີທັງໝົດ 8 ກອງປະຊຸມຍ່ອຍ ໂດຍແບ່ງອອກເປັນ 2 ວາລະກອງປະຊຸມໃຫຍ່ຄື: ກອງປະຊຸມກະກຽມຂັ້ນລະດັບເຈົ້າໜ້າທີ່ອາວຸໂສ ພະລັງງານ ແລະ ກອງປະຊຸມຂັ້ນລັດຖະມົນຕີ.
ຈຸດປະສົງຂອງກອງປະຊຸມໂດຍລວມແມ່ນເພື່ອລາຍງານເຖິງຜົນສໍາ ເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກຳໃນແຜນ APAEC ທັງໝົດ 7 ໜ້າວຽກ, ສະຫຼຸບວຽກງານທີ່ບັນດາປະເທດອາຊຽນບວກສາມ (ຈີນ, ເກົາຫຼີ, ຍີ່ປຸ່ນ) ໃຫ້ການຊ່ວຍເຫຼືອໂດຍສະເພາະແມ່ນໃນດ້ານຄວາມໝັ້ນຄົງ ດ້ານພະລັງງານ, ຕະຫຼາດນໍ້າມັນ ແລະ ອາຍແກ໊ສ, ພະລັງງານໃໝ່ ແລະ RE, ການປະຢັດພະລັງງານ, ພະລັງງານສະອາດ, ຜົນສໍາເລັດຂອງບັນດາກິດຈະ ກຳພາຍໃຕ້ກອບອາຊີຕາເວັນອອກພະລັງງານປີ 2019/2020 ມີ: ການພັດທະ ນາພະລັງງານຊີວະພາບເຂົ້າໃນພາກຄົມມະນາຄົມ, ການຮ່ວມຄົ້ນຄ້ວາສຶກສາ ແລະ ພັດທະນາຂອງ carbon Recycle ແລະ CCUS (carbon capture, utilization and storage) ແລະ ການຮ່ວມມືກັບອົງການສາກົນເຊັ່ນ:
ອົງການພະລັງງານໝຸນວຽນສາກົນ, ອົງການພະລັງງານສາກົນ ອັນພົ້ນເດັ່ນໃນກອງປະຊຸມຄັ້ງນີ້ແມ່ນມີ:
- ຮັບຮອງເອົາແຜນງານ APAEC ໄລຍະ 2 (2021-2025) ທີ່ຍັງຄົງກຳນົດໄວ້ 7 ໜ້າວຽກໃຫຍ່. ອັນສໍາຄັນແມ່ນການຮັກສາການກໍານົດ ຄາດໝາຍການເພີ່ມສັດສ່ວນຂອງພະລັງງານໝຸນວຽນ RE ໃຫ້ໄດ້ 23% ຂອງ Energy Mix ໃນປີ 2025 ແລະ ເພີ່ມຄາດໝາຍຕົວເລກກໍາລັງຕິດຕັ້ງໄຟ້ຟ້າ ໃຫ້ໄດ້ 35%. ຂະແໜງພະລັງງານ ສປປ ລາວ ຖືວ່າຈະເປັນອົງປະກອບທີ່ສໍາ ຄັນໃນການປະກອບສ່ວນພະລັງງານໄຟຟ້ານໍ້າຕົກ ທີ່ເປັນພະລັງງານສະອາດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຕາມຄາດໝາຍ. ພ້ອມກັນນີ້ ໃນແຜນຍັງໄດ້
ກໍານົດຕົວເລກຄາດໝາຍໃໝ່ໃນການລຸດຄວາມເຂັ້ມຂຸ້ນ Energy Intensity ລົງ 30% ໃນປີ 2025.
- ຮັບຮອງເອົາ ASEAN Energy Outlook ສະບັບທີ 6 ເຊິ່ງຜົນສຶກສາຕົ້ນຕໍປະກອບມີ: ທ່າອ່ຽງຂອງພະລັງງານໝູນວຽນແມ່ນນໍາ ໃຊ້ Biofuel ແລະ ໄຟຟ້າ ຢູ່ໃນພາກຂົນສົ່ງ ແລະ ພະລັງງານແສງຕາເວັນຢູ່ໃນ ຂະແໜງພະລັງງານໄຟຟ້າ; ຂະແໜງອຸດສາຫະກໍາ ແລະ ຂົນສົ່ງ ສະແດງໃຫ້
ເຫັນການປະຢັດພະລັງງານເຖິງ 70% ຂອງການຊົມໃຊ້ພະລັງງານຂັ້ນສຸດທ້າຍ ໃນປີ 2040 ແລະ ສົ່ງເສີມການໃຊ້ແອເຢັນ ແລະ ດອກໄຟ ທີ່ມີປະສິດທິພາບ ເພື່ອບໍ່ໃຫ້ຄວາມຕ້ອງການພະລັງງານທີ່ເພີ່ມຂື້ນໃນພາກຄົວເຮືອນ.
- ຮັບຮອງຖະແຫຼງການຮ່ວມ 10 ປະເທດ ແລະ ປະເທດຄູ່ຮ່ວມພັດທະນາ.
- ອັນພິເສດ: ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
ໄດ້ກ່າວຖະແຫຼງການຮ່ວມຕາງໜ້າ 3 ປະເທດ: ໄທ, ມາເລເຊຍ ແລະ ສິງກະໂປ ກ່ຽວກັບການຊຸກຍູ້ໂຄງການ Laos-Thailand-Malaysia-Singapore Power Integration Project ເພື່ອສົ່ງໄຟຈາກລາວ ໄປສິງກະໂປ ໂດຍຜ່ານປະເທດໄທ ແລະ ມາເລເຊຍ ໃນກໍາລັງສົ່ງໄຟຟ້າບໍ່ເກີນ 100 MW ໃນປີ 2022 ໂດຍໄດ້ສະແດງຄວາມຍຶດໝັ້ນຂອງທັງສີ່ປະເທດ ໃນການຮ່ວມມື
ເພື່ອຊຸກຍູ້ໂຄງການດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເຊິ່ງຈະເປັນອີກບ າດກ້າວນຶ່ງຂອງໂຄງການຮ່ວມມືການຊື້ຂາຍໄຟແບບຫຼາຍຝ່າຍ ເພື່ອສົ່ງເສີມ ASEAN POWER GRID.
ພະລັງງານ ແລະ ບໍ່ແຮ່ 01-12-2020
10 ຮອງ ລັດ ຖະ ມົນ ຕີ ກະ ຊວງ ພະ ລັງ ງານ ແລະ ບໍ່ ແຮ່ ສຳ ເລັດ ເຂົ້າ ຮ່ວມ
ກອງ ປະ ຊຸມ ສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 27
ອ່ານ ຕໍ່ ຈາກ ໜ້າ1
ບັນດາທ່ານຫົວໜ້າກົມ, ຮອງກົມທີ່ກ່ຽວຂ້ອງ ໂດຍຜ່ານກອງປະຊຸມທາງໄກ ຢູ່ທີ່
ເມືອງປາກຊ່ອງ, ແຂວງຈໍາປາສັກ. ພິເສດ, ໃນກອງປະຊຸມຄັ້ງນີ້ ທ່ານ ປອ. ວິໄລວົງ ບຸດດາຄໍາ, ເຈົ້າແຂວງໆຈໍາປາສັກ ກໍ່ໄດ້ໃຫ້ກຽດເປັນປະທານຮ່ວມກ່າວເປີດຕ້ອນຮັບບັນດາ ຜູ້ເຂົ້າຮ່ວມຈາກປະເທດສະມາຊິກ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.
ເພື່ອເປັນການປະຕິບັດຕາມມາດຕາ 17 ຂອງສັນຍາແມ່ນໍ້າຂອງປີ 1995 ແລະ ລະບຽບວ່າດ້ວຍການປະຕິບັດໜ້າທີ່ ຂອງສະພາມົນຕີ ຄມສ, ກອງປະຊຸມສະພາມົນຕີ ຄມສ ຈະຈັດຂຶ້ນປີລະ 1 ຄັ້ງ ແລະ ພາຍໃຕ້ການເປັນປະທານກອງປະຊຸມຂອງປະທານສະພາມົນຕີ ຄມສ ເຊິ່ງໃນປີ 2020 ແມ່ນ ສປປ ລາວ ເປັນປະທານ ຕາມຮອບວຽນຂອງຕົວອັກສອນ ພາສາອັງກິດ, ເຊິ່ງແມ່ນ ທ່ານ ສົມມາດ ພົລເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ປະທານ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ສະມາຊິກສະພາມົນຕີ
ຄມສ ສຳລັບ ສປປ ລາວ ທີ່ດໍາລົງຕໍາແໜ່ງເຮັດໜ້າທີ່ເປັນປະທານສະພາມົນຕີ
ຄະນະກໍາມາທິການແມ່ນໍ້າຂອງສາກົນ ປີ 2020.
ກອງປະຊຸມຄັ້ງນີ້, ສະມາຊິກສະພາມົນຕີ ຄມສ ໄດ້ພ້ອມກັນທົບທວນການຈັດຕັ້ງປະຕິ
ບັດວຽກງານ ແລະ ກໍານົດທິດທາງ ຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນໃນຕໍ່ໜ້າ ໂດຍໄດ້ພິຈາລະນາຮັບຮອງເອົາ ຍຸດທະສາດການຄຸ້ມຄອງສິ່ງແວດລ້ອມໃນອ່າງແມ່ນໍ້າຂອງ ສໍາລັບການຈັດລຽງບູລິມະສິດຄວາມສໍາຄັນຂອງສິ່ງແວດລ້ອມໃນໄລຍະປີ 2021-2025, ກອບໜ້າວຽກ ແລະ ແຜນຮັບສະໝັກຫົວໜ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ສົກປີ 2022-2024, ແຜນແມ່ບົດວ່າດ້ວຍການຂົນສົ່ງທາງນໍ້າໃນອ່າງແມ່ນໍ້າຂອງຕອນລຸ່ມ,
ແຜນວຽກປະຈໍາ 2 ປີ (2021-2022) ຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຮັບຮອງທາງດ້ານຫຼັກການ ຕໍ່ກັບການປັບປຸງຍຸດທະສາດການພັດທະນາເຂື່ອນໄຟຟ້າພະລັງນໍ້າແບບ ຍືນຍົງໃນອ່າງແມ່ນໍ້າຂອງຕອນລຸ່ມ, ບົດແນະນໍາການອອກແບບເຂື່ອນໄຟຟ້າເບື້ອງຕົ້ນໃນອ່າງແມ່
ນໍ້າຂອງຕອນລຸ່ມ ແລະ ບົດແນະນໍາສໍາລັບການປະເມີນຜົນກະທົບສິ່ງແວດລ້ອມຂ້າມຜ່ານຊາຍແດນ, ໂດຍໄດ້ຊີ້ນໍາໃຫ້ ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ສືບຕໍ່ປຶກສາຫາລືທາງດ້ານວິ
ຊາການກັບປະເທດສະມາຊິກ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດລະບຽບພາຍໃຕ້ສັນຍາ ແມ່ນໍ້າຂອງປີ 1995 ໂດຍສະເພາະ ການຈັດຕັ້ງປະຕິບັດລະບຽບວ່າດ້ວຍ ການແຈ້ງໃຫ້ກັນຊາບ, ການປຶກສາຫາລືລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ ລວມທັງຄວາມຄືບໜ້າຂອງຂະບວນການ ປຶກສາຫາລືລ່ວງໜ້າຂອງໂຄງການເຂື່ອນໄຟຟ້າພະລັງນໍ້າ ຊະນະຄາມ ແລະ ການສະເໜີໂຄງການ ເຂື່ອນໄຟຟ້າພະລັງນໍ້າພູງອຍ ຂອງ ສປປ ລາວ ເຂົ້າຂະບວນປຶກສາຫາລືດັ່ງກ່າວ, ຄວາມຄືບໜ້າ ຂອງໂຄງການຕິດຕາມສິ່ງແວດລ້ອມຮ່ວມ ຂອງ ຄມສ ໂດຍຖືເອົາໂຄງການເຂື່ອນໄຟຟ້າພະລັງນໍ້າ ໄຊຍະບູລີ ແລະ ດອນສະໂຮງ ຂອງ ສປປ ລາວ ເປັນໂຄງການທົດລອງ ໂດຍຖືເອົາການຕິດຕາມ 5 ດ້ານຄື: ອຸທົກກະສາດ ແລະ ລະດັບນໍ້າ, ຄຸນນະພາບນໍ້າ, ການເຄື່ອນຍ້າຍຂອງຕະກອນ, ແລະ ຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງປາ ແລະ ສະພາບນິເວດວິທະຍາ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນຈາກບັນດາຄວາມຄູ່ຮ່ວມພັດທະ
ນາທີ່ມີຕໍ່ວຽກງານຂອງ ຄມສ, ລວມທັງການປຶກສາຫາລື ແລະ ຊຸກຍູ້ຄູ່ຮ່ວມພັດທະນາ ໃຫ້ການສືບຕໍ່ສະໜັບສະໜູນວຽກງານຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີ ແລະ ທ່ານຮອງລັດຖະມົນຕີ
ຫົວໜ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ລົງລາຍເຊັນຮັບຮອງເອົາບົດບັນທຶກກອງປະຊຸມ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນການຕໍ່ການປະຕິບັດໜ້າທີ່ເປັນປະ ທານສະພາມົນຕີ ຄມສ ປີ 2020 ແລະ ໄດ້ກ່າວມອບໜ້າທີ່ດັ່ງກ່າວໃຫ້ ໄທ ເພື່ອສືບຕໍ່ເຮັດໜ້າ ທີ່ການເປັນປະທານສະພາມົນຕີ ຄມສ ໃນປີ 2021.
ພະລັງງານ ແລະ ບໍ່ແຮ່
01-12- 2020 11
ກະຊວງ ພະລັງງານ ແລະ ບໍ່ແຮ່ ອອກແຈ້ງການສະບັບທີ 1167/ພບ, ລົງວັນທີ 28 ພຶດສະພາ 2018
ວ່າດ້ວຍການຢຸດຊົ່ວຄາວການອະນຸມັດໂຄງການເຂື່ອນໄຟຟ້າຂະໜາດນ້ອຍ ແຕ່ 15 MW ລົງມາ
ພະລັງງານ ແລະ ບໍ່ແຮ່ 01-12-2020
12 ບັນ ດາ ສະ ຖາ ນີ ໄຟ ຟ້າ ທີ່ກໍ່ ສ້າງ ສຳ ເລັດ ແລະ ເປີດ ການ ນຳ ໃຊ້ ຢ່າງ ເປັນ ທາງ ການ
ແຫຼ່ງ ຂໍ້ ມູນ ລັດ ວິ ສາ ຫະ ກິດ ໄຟ ຟ້າ ລາວ; ກວດ ແກ້ ໂດຍ: ຄະ ນະ ບັນ ນາ ທິ ການ ໜັງ ສື ພິມ ພະ ລັງ ງານ ແລະ ທບໍ່ ແຮ່ [ອ່ານຕໍ່ຈາກສະບັບທີ່62]
ພະລັງງານ ແລະ ບໍ່ແຮ່
01-12- 2020 13
ຄໍາແນະນໍາກ່ຽວກັບຂັ້ນຕອນມາດຕະຖານ
ໃນການປະຕິບັດໜ້າວຽກໂຄງການໄຟຟ້າພະລັງງານນໍ້າ
g - ອີງຕາມ ຄໍາແນະນໍາກ່ຽວກັບ ຂັ້ນຕອນມາດຕະຖານໃນການປະຕິບັດໜ້າວຽກໂຄງການໄຟຟ້າພະລັງງານນໍ້າ ສະບັບເລກທີ 1506/ພບ ລົງວັນທີ 9 ຕຸລາ 2020;
- ອີງຕາມ ບົດລາຍງານການຮ່າງ Standard Operating Procedures ສະບັບວັນທີ 2 ມິຖຸນາ 2017 ຂອງ ບໍລິສັດ PWC ຕາມ ໂຄງການຊ່ວຍເຫຼືອດ້ານເຕັກນິກເພື່ອສ້າງຄວາມເຂັ້ມ ແຂງໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ (HMTA);
- ອີງຕາມ ສັນຍາວ່າຈ້າງ ບໍລິສັດ PWC ສະບັບວັນທີ 19 ສິງຫາ 2016 ເພື່ອດໍາເນີນການປັບປຸງຂັ້ນຕອນການພັດທະນາໂຄງການໄຟຟ້າພະລັງງານນໍ້າ, ການຄຸ້ມຄອງ ແລະ ຕິດຕາມກວດກາສັນຍາສໍາປະທານ ແລະ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງ ພາຍໃຕ້ ໂຄງການຊ່ວຍເຫຼືອດ້ານເຕັກນິກເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງພະ ລັງງານ ແລະ ບໍ່ແຮ່ (HMTA);
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສໍາເລັດການສ້າງ ຄໍາແນະນໍາກ່ຽວກັບຂັ້ນຕອນມາດຕະຖານໃນການປະຕິບັດໜ້າວຽກໂຄງການໄຟຟ້າພະລັງງານນໍ້າ (Standard Operating Procedures for Hydropower Projects) ເອີ້ນຫຍໍ້ວ່າ SOP ຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະ ໄດ້ນໍາສົ່ງໃຫ້ ກະຊວງຍຸຕິທໍາ ໃນວັນທີ 13 ຕຸລາ 2020 ເພື່ອພິມລົງຈົດໝາຍເຫດທາງລັດຖະການ ຊຶ່ງຈະເຮັດໃຫ້ນິຕິກໍານີ້ມີຜົນສັກສິດ 15 ວັນຫຼັງຈາກນັ້ນ.
I. ຄວາມເປັນມາຂອງການສ້າງນິຕິກໍາ
ການສ້າງ SOP ເປັນນິຕິກໍາໃຕ້ກົດໝາຍ ແມ່ນໜຶ່ງໃນກິດຈະກໍາທີ່ທະນາຄານໂລກໃຫ້ສໍາຄັນໃນໂຄງການ HMTA ໂດຍໄດ້ເລີ່ມສ້າງມາແຕ່ປີ 2016 ຊຶ່ງມີ ກົມທຸລະກິດພະລັງງານ ຮັບຜິດຊອບ ແລະ ມີການຊ່ວຍເຫຼືອດ້ານວິຊາການຈາກ ບໍລິສັດ PWC ພາຍໃຕ້ ໂຄງການ HMTA ເຂົ້າໃນການຮ່າງ, ຮຽບຮຽງ ພ້ອມທັງໄດ້ຈັດປະຊຸມຫາລືປະກອບຄໍາເຫັນກັບພາກສ່ວນກ່ຽວຂ້ອງອີ�